Lao

0 Likes     0 Followers     1 Subscribers

Sign up / Log in to like, follow, recommend and subscribe!

Recommendations


Episodes

Date Title & Description Contributors
2025-03-31

  ຣັຖບານສຽງຂ້າງນ້ອຍ (Minority Government) ແມ່ນຫຍັງ?

ຣັຖບານສຽງຂ້າງນ້ອຍ (Minority Government) ມີຂໍ້ດີ ຫຼືຂໍ້ເສັຍແນວໃດແດ່? ມາຟັງຄວາມເຫັນຈາກຜູ້ຊ່ຽວຊານ ດ້ານການເມືອງ.
2025-03-31

  ສິ່ງທີ່ຕ້ອງເຮັດກ່ອນມື້ເລືອກຕັ້ງ.

ບັດນີ້ ເມື່ອການເລືອກໄດ້ຖືກປະກາດແລ້ວ, ພົນລະເມືອງອອສເຕຣເລັຍຜູ້ໃຫຍ່ທຸກຄົນ ຕ້ອງລົງທະບຽນໃນອີກເຈັດມື້ຕໍ່ໄປ ຖ້າບໍ່ດັ່ງນັ້ນ ເຂົາເຈົ້າອາດຖືກປັບໃໝ. ໃນ ການອອກສຽງ 101 (Voting 101) ນີ້, SBS ອະທິບາຍວ່າ ຜູ້ໃດມີສິດລົງຄະແນນສຽງ ແລະວິທີທີ່ຈະຈົດທະບຽນ ດ້ວຍຕົວເອງແນວໃດ.
2025-03-28

  ການເລືອກຕັ້ງຣັຖບານ ໃນປີ 2025 ໄດ້ຖືກປະກາດແລ້ວ.

ການເລືອກຕັ້ງຣັຖບານ ໃນປີ 2025 ໄດ້ຖືກປະກາດແລ້ວ ແລະນັ້ນຫມາຍຄວາມວ່າແນວໃດ? ນັ້ນຫມາຍຄວາມວ່າບັດນີ້ ຣັຖບານຈະເຂົ້າໄປໃນໄລຍະ ທີ່ເອີ້ນວ່າ ຜູ້ດູແລ (Caretaker Mode).ແລະ ນາຍົກຣັຖມົນຕີ ບໍ່ໄດ້ຄວບຄຸມທຸກຢ່າງອີກຕໍ່ໄປ. ຖ້າຫາກມີການຕັດສິນໃຈທີ່ສໍາຄັນ ທີ່ເກີດຂຶ້ນ ເຂົາເຈົ້າຕ້ອງປຶກສາກັບຜູ້ນໍາຝ່າຍຄ້ານ.
2025-03-26

  ສາເຫດທີ່ໂຣກໝາກສຸກອາດກັບຄືນມາ.

ການລະບາດ ຂອງໂຣກໝາກສຸກ ໃນສະຫະຣັດອາເມຣິກາ ໄດ້ເຮັດໃຫ້ມີຜູ້ເສັຍຊີວິດສອງຄົນ, ມີຫຼາຍຮ້ອຍຄົນ ທີ່ຕິດເຊື້ອ ແລະເດັກນ້ອຍຈໍານວນຫຼວງຫຼາຍ ທີ່ຕ້ອງເຂົ້າໂຮງຫມໍ ດ້ວຍພາວະແຊກຊ້ອນ. ວິທີທີ່ດີທີ່ສຸດທີ່ ຈະປ້ອງກັນການລະບາດ ແມ່ນການສັກວັກຊີນ. ແຕ່ມີລາຍງານວ່າ ມີຄວາມສົງສັຍ ກ່ຽວກັບການສັກວັກຊີນປ້ອງກັນ ແລະມີຊຸມຊົນຈໍານວນຫລວງຫລາຍ ທີ່ບໍ່ໄດ້ຮັບການສັກວັກຊີນ.
2025-03-26

  ການກວດສອບກ່ຽວກັບ Supermarkets

ຄນະກັມມະການ ການແຂ່ງຂັນແລະຜູ້ບໍຣິໂພກ ອອສເຕຣເລັຍ (the Australian Competition and Consumer Commission) ແນະນໍາ 20 ຂໍ້ ສໍາລັບຣັຖບານກາງວ່າ ຕ້ອງເຮັດຫລາຍກວ່ານັ້ນ ເພື່ອເພີ່ມຄວາມໂປ່ງໃສ ແລະການແຂ່ງຂັນໃນ Grocery Sector ເມື່ອພົບວ່າ Coles ແລະ Woolworths ເປັນໜຶ່ງໃນ Supermarkets ທີ່ມີກຳໄລ ຫລາຍທີ່ສຸດໃນໂລກ.
2025-03-26

  ມີຢາຫຼາຍຊະນິດສຳລັບຜູ້ຍິງຈະຖືກຕື່ມໃສ່ PBS

ຢາເພື່ອສຸຂະພາບຂອງຜູ້ຍິງ ຫລາຍຊະນິດ ຈະມີລາຄາຖືກລົງ ເມື່ອມັນຖືກຕື່ມໃສ່ ໃນລາຍຊື່ຂອງຢາ ທີ່ໄດ້ຮັບການຊ່ອຍເຫລືອ ຈາກຣັຖບານ, (Pharmaceutical Benefits Schemes-PBS) ເພື່ອໃຫ້ເປັນໄປຕາມມາດຕະການ ດ້ານສຸຂະພາບ ຂອງຜູ້ຍິງ ມູນຄ່າ 50 ພັນລ້ານໂດລາ ທີ່ປະກາດໃນເດືອນກຸມພາ.
2025-03-26

  Want to help shape Australia’s future? Here’s how to enrol to vote - ຕ້ອງການຊ່ອຍກຳໜົດ ອະນາຄົດຂອງອອສເຕຣເລັຍຫຼືບໍ່? ນີ້ຄືວິທີ ລົງທະບຽ

With another federal election due this year, there are steps you will need to take before casting your vote for the first time. Plenty of resources are available to help you enrol to vote and have your say in shaping our nation. - ດ້ວຍການເລືອກຕັ້ງຣັຖບານກາງ ...
2025-03-19

  ປັນຫາ Squatters ໃນ Lismore.

ຜູ້ຄົນທີ່ອາສັຍຢູ່ໃນບ້ານເຮືອນທີ່ວ່າງເປົ່າ (Squatters) ແລະໄດ້ຮັບຄວາມເສັຍຫາຍຈາກນ້ຳ ໃນເຂດ Northern Rivers ຂອງຣັດ New South Wales ກ່າວວ່າຈະຢູ່ຕໍ່ໄປ ເຖິງແມ່ນວ່າ ນາຍົກຣັຖມົນຕີຂອງຣັດ ໄດ້ເວົ້າວ່າ ຈະທໍາລາຍບ້ານເຮືອນເຫຼົ່ານັ້ນກໍຕາມ.
2025-03-19

  ຄວາມເປັນຫ່ວງກ່ຽວກັບ ການຕຽມພ້ອມສໍາລັບໂຣກລະບາດ.

ໃນມື້ນີ ຂອງປີ 2020, ໄວຣັສ ໄດ້ຖືກປະກາດວ່າ ເປັນໂຣກລະບາດທົ່ວໂລກ ໂດຍອົງການອະນາມັຍໂລກ (World Health Organisation). ຫ້າປີຜ່ານໄປ, Professor Paul Kelly-ອະດີດນາຍແພດຊັ້ນນຳ ຂອງອອສເຕຣເລັຍ-ເຊື່ອວ່າ ການໝົດຄວາມໄວ້ວາງໃຈຂອງສັງຄົມ ຈະເປັນ "ບັນຫາໃຫຍ່" ຖ້າຫາກມີການລະບາດ ຂອງໂຣກອີກເທື່ອຫນຶ່ງ.
2025-03-19

  ທາງແກ້ໄຂດ້ານພະລັງງານຂອງພັກການເມືອງ.

ຄ່າໄຟຟ້າທີ່ສູງຂຶ້ນ ໄດ້ບັງຄັບພັກການເມືອງ ທັງສອງຝ່າຍ ໃຫ້ຮັບເອົາການປ່ຽນແປງພະລັງງານ ຂອງອອສເຕຣເລັຍ, ສເນີທາງແກ້ໄຂສອງຢ່າງທີ່ແຕກຕ່າງກັນ ເພື່ອຫລຸດລາຄາ ແລະບັນລຸ Net Zero. ພັກ Coalition ກໍາລັງສເນີໃຫ້ໃຊ້ພະລັງງານນິວເຄລັຍຮ່ວມກັບພະລັງງານຢ່າງອື່ນ, ຮວມທັງການສ້າງ reactor ສອງແຫ່ງໃນພູມີພາກຂອງ Queensland.