ຜູ້ນໍາພັກຝ່າຍຄ້ານ Peter Dutton ໄດ້ເປີດການຣົນນະຣົງ ຢ່າງບໍ່ເປັນທາງການ ຂອງພັກ Liberal ຢູ່ພາກຕາເວັນອອກ ຂອງເມືອງ Melbourne ໃນວັນເສົາ (12 ເດືອນມັງກອນ) ໂດຍໄດ້ປະກາດວ່າພັກ Liberal "ກັບຄືນມາແລ້ວ" ແລະ ໄດ້ສເນີຕົນເອງວ່າແມ່ນນາຍົກຣັຖມົນຕີໃນວາຣະໜ້າ. Mr Dutton ກ່າວວ່າ ຄ່າຄອງຊີບ, ພະລັງງານນິວເຄລັຍ ແລະການຍ້າຍຖິ່ນຖານ ຈະເປັນຫົວຂໍ້ສໍາຄັນທີ່ສຸດ ຂອງພັກ ຖ້າຫາກພັກ Liberal ຊນະການເລືອກຕັ້ງ ແຕ່ຜູ້ຊ່ຽວຊານກ່າວວ່າ ມັນມີຫຼາຍປັດຈັຍທີ່ແຊກຊ້ອນ ສຳລັບການເລືອກຕັ້ງຂອງປີນີ້.